Volunteerism for Sustainable Community Development

ຫຼັກສູດຝຶກອົບຮົມ: ອາສາສະໝັກເພື່ອການພັດທະນາຊຸມຊົນ
ພື້ນຖານຂອງຜູ້ຈະເຂົ້າຮຽນ:
- ບຸກຄົນທີ່ມີຄວາມສົນໃຈໃນການພັດທະນາຊຸມຊົນ ແລະ ມີຈິດໃຈອາສາສະໝັກຊ່ວຍເຫລືອຜູ້ອື່ນ
- ບໍຈຳກັດອາຍຸ, ເພດ ຫລື ລະດັບການສຶກສາ.
ຈຸດປະສົງ:
- ເພື່ອສ້າງຈິດສຳນຶກດ້ານອາສາສະໝັກໃນການການຊ່ວຍເຫລືອສັງຄົມທີ່ການປະຕິບັດກິດຈະກຳຮ່ວມກັບຊຸມຊົນແບບໃກ້ຊິດ.
- ເພື່ອຮຽນຮູ້ການວຽກງານການພັດທະນາຊຸມຊົນແບບບູລະນາການເຂົ້າກັບສິ່ງທີ່ຕົນເອງກຳລັງປະຕິບັດຢູ່ທີ່ເກີດປະໂຫຍດຕໍ່ຊຸມຊົນຂອງຕົນເອງ.
ກຳນົດເວລາຮຽນ:
- ຮຽນລະບົບ ຊຸດຝຶກອົບຮົມ 2ຄັ້ງ, ຄັ້ງລະ 4 ວັນ, ວັນລະ 8 ຊົ່ວໂມງ
- ການຮຽນໝົດ ຫຼັກສູດ 64 ຊົ່ວໂມງ
ລາຍການຮຽນ:
ຫົວຂໍ້ | ເວລາທັງໝົດ | ທິດສະດີ/ຊົ່ວໂມງ | ປະຕິບັດຕົວຈິງ/ຊົ່ວໂມງ |
ອາສາສະໝັກແມ່ນຫຍັງ ແລະ ແມ່ນໃຜສາມາດເປັນອາສະໝັກໄດ້ແດ່ | 8 | 2 | 6 |
ການສ້າງຈິດສຳນຶກການເປັນອາສາສະໝັກເພື່ອສັງຄົມ | 12 | 4 | 8 |
ອຸດົມຄະຕິ ແລະແຮງຈູງໃຈນັກອາສາເພື່ອການພັດທະນາ | 7 | 3 | 4 |
ການພັດທະນາຊຸມຊົນແມ່ນຫຍັງ | 7 | 3 | 4 |
ອົງປະກອບຂອງການພັດທະນາຊຸມຊົນແບບຍືນຍົງ | 7 | 4 | 3 |
ການວ່າງແຜນກິດຈະກຳອາສາເພື່ອຊຸມຊົນ | 9 | 3 | 6 |
ທັກສະການນຳພາກິດຈະກຳອາສາໃນຊຸມຊົນເບື່ອງຕົ້ນ | 14 | 6 | 8 |
ລວມຊົວໂມງຮຽນ: | 64 | 25 | 39 |